TIANJIN RELIANCE STEEL CO.,LTD

ເມືອງ Jinghai ເມືອງ Tianjin, ຈີນ

ທິເບດຂອງຈີນດຶງດູດການລົງທຶນດ້ວຍສະພາບແວດລ້ອມທາງທຸລະກິດທີ່ເໝາະສົມ

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ກັນຍາ​ນີ້, ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໄດ້​ລົງ​ນາມ​ໂຄງການ​ລົງທຶນ 740 ​ໂຄງການ, ດ້ວຍ​ຍອດ​ມູນ​ຄ່າ​ການ​ລົງທຶນ 34,32 ຕື້​ຢວນ ຫຼື ປະມານ 4,76 ຕື້​ໂດ​ລາ​ສະຫະລັດ.

​ໃນ 7 ​ເດືອນ​ຕົ້ນ​ປີ​ນີ້, ການ​ລົງທຶນ​ດ້ານ​ຊັບ​ສິນ​ຄົງ​ທີ່​ຂອງ​ຕິ​ເບ​ດບັນລຸ​ເກືອບ 19,72 ຕື້​ຢວນ, ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ 7,997 ຄົນ​ໃນ​ພາກ​ພື້ນ​ແລະ​ສ້າງ​ລາຍ​ຮັບ​ແຮງ​ງານ​ປະມານ 88,91 ລ້ານ​ຢວນ.

ຕາມ​ກົມ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຄະນະ​ກຳມະການ​ພັດທະນາ ​ແລະ ປະຕິ​ຮູບ​ພາກ​ພື້ນ​ແລ້ວ, ທິ​ເບ​ດ ​ໄດ້​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ດີ​ທີ່​ສຸດ ​ແລະ ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ການ​ລົງທຶນ​ທີ່​ເໝາະ​ສົມ​ໃນ​ປີ​ນີ້.

​ໃນ​ດ້ານ​ນະ​ໂຍບາຍ​ພາສີ​ອາກອນ, ບັນດາ​ວິ​ສາ​ຫະກິດ​ສາມາດ​ຫຼຸດ​ອັດຕາ​ພາສີ​ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ 15% ຕາມ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ເພື່ອ​ຊຸກ​ຍູ້​ຂະ​ແໜງ​ການ​ທີ່​ມີ​ລັກ​ສະ​ນະ​ເຊັ່ນ: ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ພະ​ລັງ​ງານ​ສະ​ອາດ, ອຸ​ປະ​ກອນ​ການ​ກໍ່​ສ້າງ​ສີ​ຂຽວ ແລະ ຊີ​ວະ​ສາດ​ພູ​ພຽງ, ລັດ​ຖະ​ບານ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ລົງ​ທຶນ 11 ຕື້​ຢວນ​ເປັນ​ສ່ວນ​ໜຶ່ງ​ຂອງ​ນະ​ໂຍ​ບາຍ​ອຸດ​ສາ​ຫະ​ກຳ​ຂອງ​ຕົນ.


ເວລາປະກາດ: ກັນຍາ-11-2023